ໃນຍຸກທີ່ການຄ້າຂາຍອອນລາຍກຳລັງຈະເລີນເຕີບໂຕ, "ຊື່ສຽງ" ແລະ "ໂລໂກ້" ຂອງແບຣນຄືຊັບສິນທີ່ມີຄ່າທີ່ສຸດ. ແຕ່ໜ້າເສຍດາຍທີ່ຜູ້ປະກອບການຫຼາຍທ່ານ ມັກລືມປົກປ້ອງຈຸດນີ້ ຈົນກວ່າຈະຖືກຄົນອື່ນລອກຮຽນແບບ
ເປັນຫຍັງຕ້ອງຈົດທະບຽນ?
- ສິດທິພິເສດພຽງຜູ້ດຽວ: ການຈົດທະບຽນເຄື່ອງໝາຍການຄ້າ (Trademark) ຈະເຮັດໃຫ້ທ່ານເປັນເຈົ້າຂອງແບຣນນັ້ນຢ່າງຖືກຕ້ອງຕາມກົດໝາຍພຽງຜູ້ດຽວ
- ການປ້ອງກັນທາງກົດໝາຍ: ຫາກມີຜູ້ອື່ນນຳໂລໂກ້ ຫຼື ຊື່ທີ່ຄ້າຍຄືກັນໄປໃຊ້ ທ່ານສາມາດດຳເນີນຄະດີ ແລະ ຮຽກຮ້ອງຄ່າເສຍຫາຍໄດ້ທັນທີ
- ເພີ່ມມູນຄ່າທຸລະກິດ: ເຄື່ອງໝາຍການຄ້າທີ່ຈົດທະບຽນແລ້ວ ສາມາດຊື້-ຂາຍ ຫຼື ອະນຸຍາດໃຫ້ໃຊ້ສິດ (Franchise) ໄດ້ ເຊິ່ງເປັນການສ້າງລາຍຮັບອີກທາງໜຶ່ງ
ຢ່າລໍຖ້າໃຫ້ເກີດບັນຫາແລ້ວຈຶ່ງແກ້ໄຂ. ການຈົດທະບຽນໄວ ເທົ່າກັບການສ້າງຮົ້ວປ້ອງກັນທຸລະກິດຂອງທ່ານໃຫ້ປອດໄພ
