MG Legal Consulting (Lao)

ການໄກ່ເກ່ຍ vs ການຟ້ອງຮ້ອງ: ທາງອອກທີ່ດີທີ່ສຸດເມື່ອເກີດຂໍ້ຂັດແຍ່ງທາງທຸລະກິດ

ໃນໂລກທຸລະກິດ ຄວາມຂັດແຍ່ງເປັນສິ່ງທີ່ຫຼີກລ່ຽງໄດ້ຍາກ ບໍ່ວ່າຈະເປັນຄູ່ຄ້າຜິດສັນຍາ, ການຊຳລະເງິນຊັກຊ້າ ຫຼື ບັນຫາຜູ້ຖືຮຸ້ນ. ເມື່ອເກີດບັນຫາ ທ່ານຄວນເລືອກທາງອອກແບບໃດ?

ປຽບທຽບທາງເລືອກ:

ການໄກ່ເກ່ຍ (Mediation): ເປັນວິທີທີ່ ແນະນຳເປັນອັນດັບທຳອິດ. ເນັ້ນການເຈລະຈາຫາທາງອອກທີ່ທັງສອງຝ່າຍຍອມຮັບໄດ້ ໂດຍມີຄົນກາງຊ່ວຍເຫຼືອ

  • ຂໍ້ດີ: ປະຢັດຄ່າໃຊ້ຈ່າຍ, ໃຊ້ເວລາສັ້ນ, ແລະ ຮັກສາຄວາມສຳພັນທາງທຸລະກິດໄວ້ໄດ້.

ການຟ້ອງຮ້ອງ (Litigation): ການນຳຄະດີຂຶ້ນສານ ເພື່ອໃຫ້ຜູ້ພິພາກສາຕັດສິນຊີ້ຂາດ

  • ຂໍ້ດີ: ມີຜົນບັງຄັບໃຊ້ທາງກົດໝາຍຢ່າງເດັດຂາດ
  • ຂໍ້ເສຍ: ຄ່າໃຊ້ຈ່າຍສູງ ແລະ ໃຊ້ເວລາຍາວນານ

ທີມງານກົດໝາຍຂອງພວກເຮົາ ຊ່ຽວຊານທັງການໄກ່ເກ່ຍຂໍ້ຂັດແຍ່ງທາງເສດຖະກິດ ແລະ ການວ່າຄວາມໃນສານ ພ້ອມທີ່ຈະວິເຄາະສະຖານະການ ແລະ ແນະນຳທາງເລືອກທີ່ຄຸ້ມຄ່າທີ່ສຸດສຳລັບທ່ານ